ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບເງິນນະໂຍບາຍອຸດໜູນບຳນານ ແລະ ອຸດໜູນເທື່ອດຽວ
ໃຫ້ພະນັກງານພັກການເຂົ້າຮັບເບ້ຍບຳນານ


    ວັນທີ 27 ພຶດສະພາ 2024 ນີ້, ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ ມອບຮັບເງິນນະໂຍບາຍ ໃຫ້
ພະນັກງານທີ່ມີເງື່ອນໄຂພັກການເຂົ້າຮັບເບ້ຍບຳນານຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ແລະ ປະຕິບັດຕາມກົດໝາຍນາຍທະຫານ ກອງ
ທັບປະຊາຊົນລາວ ສະບັບປັບປຸງໝວດທີ 1 ມາດຕາ 33 ແລະ 34 ກອງທັບປະຊາຊົນລາວ, ຕາມກົດໝາຍປະກັນສັງຄົມຂອງກອງທັບ, ອີງຕາມ
ໜັງສືສະເໜີຂອງ ກົມ ວສ-ປສ ການທະຫານ ເລື່ອງປະຕິບັດນະໂຍບາຍຕໍ່ພະນັກງານບຳນານ ກະຊວງປ້ອງກັນປະເທດ ອະນຸມັດຂໍ້ຕົກລົງຄິດໄລ່
ເງິນອຸດໜູນໃຫ້ພະນັກງານບຳນານ ແລະ ພະນັກງານທີ່ມີເງື່ອນໄຂອອກອຸດໜູນເທື່ອດຽວໃນຄັ້ງນີ້ ຈຳນວນ 06 ສະຫາຍປະກອບມີ: ພັນເອກ ວິ
ຊຽນ ສີສະອາດ ຮອງຫົວໜ້າກົມ, ພັນໂທ ຄໍາສິງ ພັນທະວົງ ຮອງຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ, ພັນໂທ ສົມເອື້ອງ ຂຸນມາ
ລາ ຮອງຫ້ອງຂໍ້ມູນ-ຂ່າວສານ, ພັນໂທ ບົວພັນ ວັນນະສອນ ຮອງພະແນກການເງິນ, ພັນໂທ ນາງ ວັນທາ ບໍໃບຄຳ ຫົວໜ້າພະແນກພິທີການ, ຮ້ອຍ
ໂທ ລຳເງິນ ວັນນະສອນ ຊ່ວຍວຽກຫ້ອງວິທະຍາສາດເຕັກໂນໂລຊີ ແລະ ສິ່ງແວດລ້ອມ. ເງິນທີ່ມອບໃນຄັ້ງນີ້ມີທັງໝົດ 166,548,912 ກີບ ໂດຍ
ເຂົ້າຮ່ວມກ່າວມອບຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມ ວສ-ປສ ການທະຫານ ແລະ ກ່າວຮັບຂອງບັນດາ ສະຫາຍ ທີ່ໄດ້
ຮັບເງິນອຸດໜູນບຳນານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ສະຫາຍ ພັນໂທ ອູເທບ ພົມມະເທບ ຫົວໜ້າພະແນກການເມືອງ ໄດ້ກ່າວວ່າ, ໂດຍປະຕິບັດຕາມນະໂຍບາຍຂອງ ກະຊວງປ້ອງກັນປະເທດ
ທີ່ມີຕໍ່ພະນັກງານຂັ້ນສູງທີ່ພັກການຮັບເບ້ຍບຳນານຕາມຫຼັກການຄິດໄລ່ຂອງກົມການເງິນກະຊວງປ້ອງກັນປະເທດ, ກົມປະກັນສັງຄົມ ກົມໃຫຍ່
ການເມືອງກອງທັບ ໃນນັ້ນຄິດໄລ່ເງິນອຸດໜູນບຳນານແມ່ນ 15% ຂອງເງິນເດືອນພື້ນຖານທີ່ໄດ້ຮັບຕໍ່ເດືອນຄິດໄລ່ຕາມປີການ ແລະ ນະໂຍບາຍ
ຊົດເຊີຍຂອງເງິນເດືອນພື້ນຖານລວມທັງນະໂຍບາຍອື່ນທີ່ຈຳເປັນຂອງ ກະຊວງເປັນເງິນທັງໝົດ 166,548,912 ກີບ, ນອກນີ້ຍັງມີນະໂຍບາຍຂອງ
ກົມ ວສ-ປສ ການທະຫານ ຕື່ມອີກພາຍຫຼັງສຳເລັດພິທີມອບ ແລະ ຮັບແລ້ວ ທ່ານ ຫົວໜ້າກົມ ແລະທ່ານ ຮອງຫົວໜ້າກົມ ກໍ່ໄດ້ປະກອບຄຳຄິດ
ຄຳເຫັນ ເພື່ອສືບຕໍ່ເສີມສ້າງສາຍພົວພັນອັນດີໃນຕໍ່ໜ້າ ແລະ ຍາວນານແລະ ໃຫ້ຄຳໝັ້ນສັນຍາກັບກົມກອງ ວ່າຈະພ້ອມກັນປະກອບສ່ວນຄຳຄິດຄຳ
ເຫັນ ເພື່ອສ້າງສາພັດທະນາກົມກອງ ໃຫ້ມີຄວາມກ້າວໜ້າ ພ້ອມທັງເຊື່ອໝັ້ນວ່າຈະນຳເງິນໄປພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນ.

ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 29/05/2024